
ຂອບໃຈອາຈານ ປຣີດາ ຂາວບໍ່. EP.1• ນະສວນໄຜ່ພັນກໍ ຂ້ອຍໄດ້ພົບກັບອາຈານ ປຣີດາ ຂາວບໍ່ ເພິ່ນເປັນເຈົ້າຂອງ ວາລະສານ #ທາງອີສານ. ການພົບກັນໃນຄັ້ງນີ້ບໍ່ແມ່ນຄັ້ງທຳອິດ. ຄັ້ງທຳອິດແມ່ນຢູ່ສວນພູໄທທີຣະ ຄັ້ງຕໍ່ມາອີກກໍແມ່ນຢູ່ບ້ານໝາກນາວ ງານ20ປີກະວີຊີໄຣ ຂອງທ່ານປະທານ ທອງໃບ ໂພທິສານ ຖ້າບໍ່ມີຫຍັງຜິດພາດ ຄັ້ງນີ້ໜ້າຈະແມ່ນຄັ້ງທີ3.
ການມາຂອງເພິ່ນຄັ້ງນີ້ ແມ່ນມາຮ່ວມງານ 120 ປີ ຊາຕະການ ມະຫາ ສິລາ ວີຣະວົງສ໌. ຂ້ອຍໃນຖານະນັກຂຽນໜຸ່ມກໍໄດ້ມີໂອກາດໂອ້ລົມສົນທະນານຳເພິ່ນຕາມແຕ່ເວລາຈະອຳນວຍໃຫ້. ແນ່ນອນການພົບຄູບາອາຈານທີ່ເກັ່ງ ເຮົາກໍຍ່ອມມີຄຳຖາມ ເປັນຕົ້ນແມ່ນເລື່ອງຂີດໆຂຽນໆ ລວມທັງການອອກແບບ-ຈັດໜ້າຮູບແບບເຫຼັ້ມປຶ້ມໃຫ້ມັນອອກມາທັນສະໄໝແນ່ ບໍ່ຢາກໃຫ້ມັນຊ້ຳຊາກຈຳເຈຢູ່ກັບໝ້ອງເກົ່າ. ແນ່ນອນເພິ່ນບໍ່ປະຕິເສດທີ່ຈະຖືວາລະສານ #ທາງອີສານ ມານຳ ນັ້ນກໍເທົ່າກັບວ່າເປີເຊັນທີ່ວາລະສານຈະເປັນຂອງຊຸມເຮົາຄົນລະເຫຼັ້ມນັ້ນ ຍ່ອມຫຼີກລຽງບໍ່ໄດ້.
ຫຼັງຈາກໄດ້ຮັບວາລະສານ “ທາງອີສານ” ຄົນລະເຫຼັ້ມແລ້ວ. ກຸ່ມເຮົາກໍໄດ້ຟັງການຕອບຄຳຖາມຈາກອາຈານປຣີດາ ຂາວບໍ່ ຢູ່ປະມານ 3-4 ຄຳຖາມ. ແລ້ວຄຳຖາມທີ່ເປັນທີ່ມາຂອງໂພສກໍໂພ່ຂຶ້ນໃນຫ່ວງສຳນຶກອັນນ້ອຍນິດຂອງຂ້ອຍ.
“ອາຈານ ພໍມີທີ່ມາຂອງຊົນເຜົ່າສ່ວຍບໍ” ຂ້ອຍຖາມ
“ເປັນຫຍັງເຈົ້າຄືຖາມເລື່ອງນີ້?”
“ເພາະສ່ວຍເປັນຊົນເຜົ່າເກົ່າແກ່ເຜົ່າໜຶ່ງທີ່ຕິດພັນກັບວັດທະນະທຳເຮົາຊາວສອງຝັ່ງຂອງ” ແລ້ວເພິ່ນກໍຊອກເອົາວາລະສານ ທີ່ມີຮູບເດັກນ້ອຍຜູ້ຍິງຖືດອກສະແບງ ເພິ່ນວ່າ ໃນເຫຼັ້ມນີ້ເຮົາໄດ້ເວົ້າເຖິງເຜົ່າກວຍ(ສ່ວຍ)ຢູ່. #พลังศรัทธาพี่น้องไทกวยบ้านตาจวน (ພະລັງສັດທາພີ່ນ້ອງ ໄທກວຍ ບ້າຕາຈວນ) ສະຫຼຸບແລ້ວ ຂ້ອຍໄດ້ສອງເຫຼັ້ມ.
ສ່ວນເຜົ່າສ່ວຍສຳຄັນແນວໃດກັບຂ້ອຍຫັ້ນບໍ…ປັກໝຸດໄວ້ ແລ້ວຂ້ອຍຈະມາເລົ່າຕໍ່ໃນ EP.2 ເດີ






